ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໝວກ​ເຫຼັກ​ທັນ​ສະໄໝ​ຂອງ​ທະຫານ​ຍີ່ປຸ່ນ

     ຕາມ​ເວັບ​ໄຊ້ ​ກະຊວງ​ປ້ອງ​ກັນ​ປະເທດ​ຢີ່​ປຸ່ນ ​ເປີດເຜີຍ​ເມື່ອ​ບໍ່​ດົນ​ມາ​ນີ້​ ວ່າ: ຍີ່ປຸ່ນ ໄດ້​ຜະລິດ ໝວກ​ເຫລັກ​ ຂອງ​ທະຫານ
​ທີ່​ຖື​ເປັນ​ປັດ​ໄຈ​ຫຼັກ​ອັນ​ໜຶ່ງ ​ໃນ​ການ​ຊ່ວຍ​ຊີວິດ​ຂອງ​ທະຫານ​ຈາກ​ການ​ສູ້​ຮົບ ໂດຍ​ໝວກ​ບາງ​ຊະນິດ​ບໍ່​ພຽງ​ແຕ່​ປ້ອງ​ກັນ​ລູກ​ກະ
ສຸນ​ເທົ່າ​ນັ້ນ ແຕ່​ມັນ​ຍັງ​ຊ່ວຍ​ໃຫ້​ທະຫານ​ສາມາດ​ເບິ່ງ​ເຫັນ​ສັດຕູ​ຝ່າຍ​ກົງ​​ກັນ​ຂ້າມ​ໄດ້​ໃນ​ເວລາ​ກາງຄືນ​ອີກ​ດ້ວຍ ເຊັ່ນ​ດຽວ​ກັບ
​ໝວກ Kevlar ຂອງ​ທະຫານ​ຍີ່ປຸ່ນ.

     Kevlar ເປັນ​ໝວກ​ເຫຼັກ ​ທີ່​ມີ​ຄວາມ​ແຂງ​ແກ່ນ​ສູງ ທັງ​ປ້ອງ​ກັນ​ຄວາມ​ຮ້ອນ​ໄດ້​ດີ ເພາະ​ມັນຖືກ​ຜະລິດ​ດ້ວຍ​ວັດຖຸ​ຊະນິດ
​ພິເສດ ທັງ​ມີ​ນ້ຳໜັກ​ເບົາ. ຄຸນສົມບັດ​ພິເສດ​ຂອງ​ມັນ​ມີ​ຄື: ສາມາດ​ເບິ່ງເຫັນ​ເປົ້າ​ໝາຍ​ໃນ​ເວລາ​ກາງຄືນ​ດ້ວຍ​ແສງ​ອິນ​ຟາ​ເລດ,
ເບິ່ງເຫັນ​ໄດ້​ໃນ​ໄລຍະ​ໄກ​ບໍ່​ວ່າ​ຢູ່​ເທິງ​ບົກ ແລະ ໃຕ້​ນ້ຳ. ພິເສດ​ແມ່ນໝວກ​ຊະນິດ​ນີ້​ ໄດ້​ມີ​ການ​ປະສົມ​ປະສານ​ກ້ອງ​ສ່ອງ​ທີ່​ມີ​
ຫຼາກ​ຫຼາຍ​ແອັບ​ພລີ​ເຄ​ຊັນ ​ເຊັ່ນ: ວັດແທກ​ອຸນຫະພູມ, ບອກ​ໄລຍະ​ທາງ, ມີ​ລະບົບ​ວິທະຍຸ​ສື່ສານ, ມີ​ແສງ​ເລ​ເຊີ​ທີ່​ຊີ້​ເປົ້າ​ໝາຍ
​ໄດ້​ທັງ​ເວັນ ​ແລະ ຄືນ, ມີ​ກ້ອງ​ກວດ​ຈັບ​ທຸກການເຄື່ອນໄຫວ​ໄດ້​ໄນ​ໄລຍະ 50 ແມັດ.

     ສຳລັບ​ໝວກ​ຊະນິດ​ນີ້ ນອກຈາກ​ຈະ​ມີ​ຄວາມ​ທັນ​ສະໄໝ​ທີ່​ສ້າງ​ຕາ​ທິບ​ໃຫ້​ກັບ​ທະຫານ​ແລ້ວ ມັນ​ຍັງ​ມີ​ນ້ຳໜັກ​ເບົາ ແລະ
ມີ​ໂຄງ​ສ້າງ​ທີ່​ແຂງແຮງ ແຖມ​ຍັງ​ມີ​ຫຼາຍ​ແບບ​ໃຫ້​ເລືອກ ​ເຊິ່ງ​ແຕ່​ລະ​ແບບ​ກໍ່​ມີ​ຄຸນສົມບັດ​ໃກ້​ຄຽງ​ກັນ​ເຊັ່ນ: ພວກ​ມັນ​ສາມາດ​
ມ້າງ​ປະກອບ​ໄດ້, ປ້ອງ​ກັນ​ຄວາມ​ຮ້ອນ ແລະ ສາມາດ​ກັນ​ນ້ຳ​ເລິກ​ໄດ້​ເຖິງ 2 ແມັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/12/2023